ສະຖາບັນຄົ້ນຄວ້າ ວິທະຍາສາດ ການສຶກສາ (ສວສ) ຈັດກອງ ປະຊຸມພົບປະຕ້ອນຮັບ ຄະນະອໍານວຍການຜູ້ໃໝ່ ພ້ອມທັງເປັນການສ້າງ ຂະບວນການ ສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ໃຫ້ເປັນ ຂະບວນຟົດຟື້ນ ຜ່ານທາງ ລະບົບອອນລາຍ ໃນວັນທີ 3 ພະຈິກ 2021, ໂດຍການເປັນປະທານ ຂອງທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການ ສວສ, ມີຄະນະອຳນວຍການ ສວສ, ຜູ້ອຳນວຍການສູນ, ຫົວໜ້າພະແນກ ແລະ ພະນັກງານພາຍໃນ ສວສ ເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມເຕີມ: ສວສ ຈັດປະຊຸມພົບປະ ຕ້ອນຮັບ ຄະນະອໍານວຍການ ຜູ້ໃໝ່ ຜ່ານລະບົບທາງອອນລາຍ
ກອງທຶນຮ່ວມມືສາກົນ ເພື່ອການສຶກສາ (GPE) ໂດຍຜ່ານອົງການຢູນິເຊັບ ປະຈໍາ ສປປ ລາວ ໃຫ້ການ ສະໜັບສະໜູນ ຊ່ວຍເຫຼືອ ປຶ້ມຫຼັກສູດຂັ້ນພື້ນຖານ ລະດັບ ຊັ້ນປະຖົມສຶກ, ຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຊັ້ນຕອນປາຍ ໃນສາຍສາມັນສຶກສາ ປະຈໍາສົກຮຽນ 2021-2022 ພາຍໃຕ້ໂຄງການຕອບໂຕ້ພະຍາດໂຄວິດ-19 ໃນຂະແໜງສຶກສາ ແລະ ກິລາ ລວມມູນຄ່າເກືອບ 50 ລ້ານກີບ ໃຫ້ແກ່ສະຖາບັນ ຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງ ສຶກສາທິການ ແລະ ກິລາ ຫຼື ສສກ.
ອ່ານເພີ່ມເຕີມ: ຈີພີອີ ຊ່ວຍປື້ມຫຼັກສູດພື້ນຖານ ສາມັນສຶກສາ ຕອບໂຕ້ພະຍາດໂຄວິດ -19 ໃນຂະແໜງສຶກສາ ແລະ ກິລາ