ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ (ສວສ) ກະຊວງສຶກສາ ທິການ ແລະ ກິລາ ໃຫ້ການຍ້ອງຍໍ ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ທີ່ມີຜົນງານ ດີເດັ່ນ ໃນການ ປະກອບສ່ວນ ເຂົ້າໃນວຽກງານ ຂະແໜງ ການສຶກສາ ແລະ ກິລາ ໃນໄລຍະໂຄວິດ-19.
ອ່ານເພີ່ມເຕີມ: ສວສ ຍ້ອງຍໍ 2 ບໍລິສັດ ທີ່ປະກອບສ່ວນ ໃນຂະແໜງການສຶກສາ ໄລຍະໂຄວິດ-19
ໃນວັນທີ 10 ມັງກອນ 2022, ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມ ວິຊາການ ເພື່ອຮັບຟັງການ ເຜີຍແຜ່ ກ່ຽວກັບການນຳໃຊ້ ພາສາລາວ ແລະ ການຂຽນເອກະສານທາງການ ຜ່ານລະບົບອອນໄລ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ຂອງທ່ານ ປອ. ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ອານຸລົມ ວິໄລພອນ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາການສຶກສາ, ມີບັນດາຄະນະອຳນວຍການ ສວສ, ຜູ້ອໍານວຍການສູນ ແລະ ພະນັກງານເຂົ້າຮ່ວມ.
ອ່ານເພີ່ມເຕີມ: ສວສ ເຜີຍແຜ່ການນຳໃຊ້ພາສາລາວ ແລະ ການຂຽນເອກະສານທາງການ