ສະຖາບັນຄົ້ນຄວ້າ ວິທະຍາສາດ ການສຶກສາ (ສວສ) ກະຊວງສຶກສາ ທິການ ແລະ ກິລາ ຈັດງານພົບປະ ໃນໂອກາດ ວັນສ້າງຕັ້ງ ຄົບຮອບ 36 ປີ (20 ກຸມພາ 1986-20 ກຸມພາ 2022) ເພື່ອເປັນການ ສະເຫຼີມສະຫຼອງຜົນສຳເລັດ ໃນການເຕີບໃຫຍ່ຂະຫຍາຍຕົວ ຢ່າງມີຄຸນນະພາບ ພ້ອມທັງໃຫ້ການຍ້ອງຍໍຜົນງານແກ່ພະນັກງານຢ່າງສົມກຽດ. .
ອ່ານເພີ່ມເຕີມ: ສວສ ສະຫຼອງ ຜົນສຳເລັດ ການເຕີບໃຫຍ່ ຂະຫຍາຍຕົວ 36 ປີ ແຫ່ງການສ້າງຕັ້ງ
ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ກວດຜ່ານ ແລະ ຮັບຮອງຫຼັກສູດ, ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູພາສາເກົາຫຼີ ຊັ້ນມັດທະຍົມສຶກສາ ຂັ້ນ ມ.1 (CACIM) ພາຍຫຼັງທີ່ໄດ້ມີການ ນໍາໄປທົນລອງສອນຢູ່ໃນໂຮງຮຽນກຸ່ມເປົ້າໝາຍ 3 ແຫ່ງຢູ່ນະຄອນຫຼວງວຽງຈັນ ໃນສົກຮຽນ 2020-2021 ພາຍໃຕ້ໂຄງການທົດລອງພາສາເກົາຫຼີ ຢູ່ໂຮງຮຽນມັດທະຍົມສຶກສາໃນ ສປປ ລາວ.
ອ່ານເພີ່ມເຕີມ: ສວສ ກວດຜ່ານ ຮັບຮອງຫຼັກສູດ ປຶ້ມແບບຮຽນ ແລະ ຄູ່ມືຄູພາສາເກົາຫຼີ ມ.1