ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ກຽດເຂົ້າຢ້ຽມຢາມພົບປະ ຄະນະຮັບຜິດຊອບວຽກງານ ພ້ອມທັງໃຫ້ທິດຊີ້ນຳຕໍ່ການຈັດຕັ້ງປະຕິບັດວຽກງານ ແກ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ເພື່ອເປັນການເຮັດໃຫ້ວຽກງານພາຍໃນ ສະຖາບັນມີຄຸນນະພາບ ແລະ ມີບາດກ້າວທີ່ດີຂຶ້ນ.
ອ່ານເພີ່ມເຕີມ: ຮອງລັດຖະມົນຕີ ສສກ ພົບປະພ້ອມໃຫ້ທິດຊີ້ນຳ ການປະຕິບັດວຽກງານແກ່ ສວສ
ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີປະກາດແຕ່ງຕັ້ງ ທ່ານ ປະລິນຍາເອກ ນາງ ສີສຸກ ວົງວິຈິດ, ຄະນະປະຈຳພັກກະຊວງ, ຫົວໜ້າກົມສາມັນສຶກສາ, ເປັນຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄົນໃໝ່ ຕາມດຳລັດຂອງນາຍົກລັດຖະມົນຕີ ເລກທີ 432/ນຍ, ລົງວັນທີ 21.06.2021.
ອ່ານເພີ່ມເຕີມ: ປະກາດແຕ່ງຕັ້ງຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ຄົນໃໝ່