ສົກຮຽນໃໝ່ 2021-2022 ທົ່ວປະເທດ ໄດ້ໄຂຂຶ້ນ ຢ່າງເປັນການແລ້ວ ພາຍຫຼັງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີໄຂ ໂດຍຜ່ານ ລະບົບທາງໄກ (ອອນລາຍ) ເມື່ອຕອນເຊົ້າຂອງວັນທີ 6 ກັນຍາ ຜ່ານມາ ທີ່ຕຶກໄອຊີທີ ກະຊວງ ສຶກສາທິການ ແລະ ກິລາ, ໂດຍພາຍໃຕ້ ການເປັນປະທານ ຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາ ຄະນະຮອງລັດຖະມົນຕີກະຊວງ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ຕາງໜ້າ ຈາກສະຖາບັນ, ສູນ, ໂຮງຮຽນ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ອ່ານເພີ່ມເຕີມ: ສົກຮຽນໃໝ່ 2021-2022 ທົ່ວປະເທດ ໄດ້ໄຂຂຶ້ນ ຢ່າງເປັນການແລ້ວ
ສະຖາບັນຄົ້ນຄວ້າ ວິທະຍາສາດ ການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບອຸປະກອນ ຊ່ວຍເຫຼືອ ເຂົ້າໃນ ການສື່ສານທາງໄກ ໃນວຽກງານ ຂະແໜງການ ສຶກສາ ແລະ ກິລາ ແລະ ວຽກງານຕ່າງໆ ທີ່ມີຄວາມຈຳເປັນ, ໂດຍອຸປະກອນ ດັ່ງກ່າວ ແມ່ນການຊ່ວຍເຫຼືອ ຈາກລັດຖະບານ ອົດສະຕຣາລີ ໂດຍຜ່ານແຜນງານບີຄວາ.
ອ່ານເພີ່ມເຕີມ: ສວສ ໄດ້ຮັບອຸປະກອນນຳໃຊ້ ເຂົ້າໃນການສື່ສານ ທາງໄກ